วันพุธที่ 31 ตุลาคม พ.ศ. 2561

ICTມ2

        ບົດທີ5: ໜ່ວຍຄວາມຈຳສຳຮອງ (Permanent Memory)



         I.ໜ່ວຍຄວາມຈຳສຳຮອງ(Permanent Memory)

  ໜ່ວຍຄວາມຈຳສຳຮອງເປັນອຸປະກອນທີ່ໃຊ້ເກັບຂໍ້ມູນ ຫຼື ເກັບໂປຣແກຣມໄວ້ໃຊ້ວຽກ,ເມື່ອຕ້ອງການໃຊ້ວຽກກໍ່ສາມາດຖ່າຍໂອນຂໍ້ມູນມາໄວ້ທີ່ໜ່ວຍຄວາມຈຳຫຼັກ(ແຣມ)ເພື່ອໃຫ້ໜ່ວຍປະມວນຜົນກາງດຳເນີນງານຕໍ່ໄປ.ອຸປະກອນເກັບຂໍ້ມູນທີ່ໃຊ້ໃນລະບົບຄອມພິວເຕີມີຫຼາຍປະເພດເຊັ່ນ:
       1.ແຜ່ນດິດສະແກັສ(floppy disk or diskette)


       ແຜ່ນດິດສະແກັດໝາຍເຖິງຈານບັນທຶກຂະໜາດນ້ອຍທີ່ໃຊ້ກັບເຄື່ອງໄມໂຄຣຄອມພິວເຕີຮຸ່ນເກົ່າ,ມັນເປັນແຜ່ນບາງເຄືອບຜິວໜ້າດ້ວຍສານແມ່ເຫຼັກ ແລະ ຢູ່ໃນຂອບປະລາສະຕິກແຂງເພື່ອປ້ອງກັນການຂູດຂີດ,ມັນມີຂະໜາດທົ່ວໄປຄື:   8 ນິ້ວ, 5,25 ນິ້ວ ແລະ 3,5 ນິ້ວ.ມີຄວາມຈຸປະມານ 1.4 MB ຫຼື 1.400.000 ຕົວອັກສອນ.

     2.ຮາດດິສ(Hard disk)

     ຮາດດີສ (hard disk) ຄື ອຸປະກອນຄອມພິວເຕີທີ່ບັນຈຸຂໍ້ມູນແບບຖາວອນ, ມັນມີລັກສະນະ ເປັນແຜ່ນຈານໂລຫະທີ່ເຄືອບດ້ວຍທາດແມ່ເຫຼັກ ເຊິ່ງປິ່ນຢ່າງວ່ອງໄວ ເມື່ອມັນເຮັດວຽກ, ການຕິດຕັ້ງຮາດດີສ ເຂົ້າໃນເຄື່ອງຄອມພິວເຕີສາມາດເຮັດໄດ້ໂດຍຜ່ານການຕໍ່ເຂົ້າກັບກະດານແມ່ (motherboard) ທີ່ມີການເຊື່ອມຕໍ່ແບບຂະານ (PATA), ແບບລຽນ (SATA) ແລະ ແບບຊະກັດຊີ (SCSI). ນອກຈາກນັ້ນ, ມັນຍັງສາມາດຕໍ່ເຂົ້າເຄື່ອງຈາກພາຍນອກຜ່ານສາຍ USB ໄດ້ ເຊິ່ງເຮັດໃຫ້ການໃຊ້ເກັບຂໍ້ມູນມີຄວາມສະດວກຍິ່ງຂຶ້ນ.
   - ຮາດດິສແບບຕໍ່ຂະໜານ(PATA=(Parallel Advanced Technology Attachment )




- ຮາດດິສແບບຕໍ່ລຽນ(SATA=Serial Advanced Technology Attachment )











- ຮາດດິສແບບຊະກັດຊີ (SCSI= Small Computer System Interface)


- External hard disk

      3.ເທັບແມ່ເຫຼັກ(Magnetic tap)

    4. ແຜ່ນຊີດີ (CD=Compact Disc )ແລະ ແຜ່ນດີວີດີ (DVD=Digital Versatile Disc)
   
5.ຟະແລັສໄດຣ(Flash drive )

ບົດປະເມີນຫຼັງການສອນ

ບົດປະເມີນ  ➤https://goo.gl/forms/wqJAeUMxlBZzVxPj2




ເບິ່ງຄະແນນໄດ້ຢູ່ນີ້ ➤https://docs.google.com/spreadsheets/d/1FNFAsEsyO5r0xANeVHXY703D-kw3wt5ZZnYibhjWIUE/edit?usp=sharing

ไม่มีความคิดเห็น:

แสดงความคิดเห็น

ບົດປະເມີນພາກຮຽນ1

 https://forms.gle/RXLGL81xjRupx4aD6