วันอาทิตย์ที่ 21 ตุลาคม พ.ศ. 2561

ICTຂັ້ນມໍ5

ບົດທີ1 ລະບົບຂໍ້ມູນຂ່າວສານ
III.ລະບົບຂໍ້ມູນຂ່າວສານ (Information  System)  
1.ລະບົບ 
 ລະບົບຂໍ້ມູນຂ່າວສານໝາຍເຖິງການລວບລວມອົງປະກອບຕ່າງໆມານຳເຂົ້າໂດຍຜ່ານຂະບວນການໃດໜຶ່ງທີ່ອາດນຳໃຊ້ຄອມພິວເຕີຊ່ວຍຮຽບຮຽງ, ປ່ຽນແປງ ແລະ ເກັບມ້ຽນເພື່ອໃຫ້ໄດ້ຜົນຮັບກໍ່ຄືຂໍ້ມູນຂ່າວສານທີ່ສາມາດໃຊ້ສະໜັບສະໜູນການຕັດສິນໃຈໃນອົງກອນໄດ້.



   2. ຊະນິດຂອງລະບົບຂໍ້ມູນຂ່າວສານ 

 ຖ້າຈຳແນກລະບົບຂໍ້ມູນຂ່າວສານຕາມລະດັບການບໍລິຫານພາຍໃນອົງກອນແລ້ວສາມາດແບ່ງອອກເປັນ    6 ຊະນິດດັ່ງນີ້:

     
                     
- ລະບົບປະມວນຜົນຂໍ້ມູນ(Transaction Processing System: TPS) ເປັນລະບົບສະໜັບສະໜູນການບໍລິຫານລະດັບລຸ່ມເພື່ອການປະມວນຜົນລາຍການຂໍ້ມູນ.


- ລະບົບຜູ້ຊ່ຽວຊານ( Expert System: ES) ແລະ ລະບົບສໍານັກງານອັດຕະໂນມັດ(Office Automation System: OAS) ທັງ 2 ລະບົບນີ້ເປັນລະບົບທີ່ສະໜັບສະໜູນການບໍລິຫານລະດັບໃດກໍ່ໄດ້.

- ລະບົບຂໍ້ມູນຂ່າວສານເພື່ອການບໍລິຫານ(Management Information System: MIS)ຊ່ວຍສະໜັບສະໜູນຜູ້ບໍລິຫານລະດັບກາງເພື່ອໃຫ້ຜູ້ບໍລິຫານສາມາດສ້າງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວແລະ ມີປະສິດທິພາບ.

- ລະບົບສະໜັບສະໜູນການຕັດສິນ(DecisionSupportSystem:DSS) ແລະລະບົບຂໍ້ມູນຂ່າວສານສຳລັບຜູ້ບໍລິຫານ(ExecutiveInformation System: EIS) ທັງ 2 ລະບົບນີ້ສະໜັບສະໜູນການຕັດສິນໃຈ ແລະ ອໍານວຍຄວາມສະດວກໃນລະຫວ່າງການວາງແຜນຂອງຜູ້ບໍລິຫານລະດັບສູງ.




ບົດປະເມີນຫຼັງການສອນ III ລະບົບຂໍ້ມູນຂ່າວສານ







ไม่มีความคิดเห็น:

แสดงความคิดเห็น

ບົດປະເມີນພາກຮຽນ1

 https://forms.gle/RXLGL81xjRupx4aD6